ນະໂຍບາຍໄອທີພື້ນຖານຂອງກຸ່ມບໍລີສັດເຄເອັສທີ
ພາບລວມ
ລະບົບຄອມພິວເຕີ້ນີ້ແມ່ນເປັນຊັບສິນຂອງກຸ່ມບໍລິສັດເຄເອັສທີ, ລະບົບຄອມພິວເຕີນີ້ ແລະ ລວມເຖິງອຸປະກອນທີ່ກ່ຽວຂ້ອງ, ອຸປະກອນເຄືອຂ່າຍຕ່າງໆ
(ໂດຍສະເພາະແມ່ນອຸປະກອນທີ່ກ່ຽວກັບການເຂົ້າເຖິງອິນເຕີເນັດ) ເຊິ່ງໃດ້ມີການອະນຸຍາດໃຫ້ນຳໃຊ້ສະເພາະຜູ້ໃຊ້ງານພາຍໃນກຸ່ມບໍລິສັດເຄເອັສທີ ແລະ
ຜູ້ໃຊ້ງານທີ່ໃດ້ຮັບອະນຸຍາດເທົ່ານັ້ນ. ການນຳໃຊ້ງານບາງພາກສ່ວນ ຫຼື ທັງໝົດທີ່ເກີດຂຶ້ນໃນລະບົບອາດຈະມີການຕິດຕາມ, ບັນທຶກ ແລະ ກວດສອບ
ເພື່ອຈຸດປະສົງດ້ານກົດໝາຍທັງໝົດ, ລວມທັງໃຫ້ໝັ້ນໃຈວ່າການໃຊ້ງານແມ່ນໃດ້ຮັບການອະນຸຍາດ ເພື່ອເປັນການບໍລິຫານຈັດການລະບົບ, ເພື່ອອຳນວຍ
ຄວາມສະດວກໃນການປ້ອງກັນການເຂົ້າເຖິງໂດຍບໍ່ໃດ້ຮັບອະນຸຍາດ ແລະ ເປັນການກວດສອບຕາມມາດຕະຖານຂັ້ນຕອນຄວາມປອດໄພ. ໂດຍການທີ່ທ່ານ
ໃດ້ນຳໃຊ້ລະບົບຕໍ່ໄປນີ້ແມ່ນສະແດງວ່າທ່ານໃດ້ຮັບຮູ້ ແລະ ຕົກລົງຕາມຂໍ້ກຳນົດ ແລະ ເງື່ອນໄຂຕາມການໃຊ້ງານເຫຼົ່ານີ້.
ນະໂຍບາຍສະບັບນຳໃຊ້ສຳລັບຜູ້ໃຊ້ງານນີ້ແມ່ນອອກແບບມາເພື່ອເປັນແນວທາງສຳລັບການນຳໃຊ້ອຸປະກອນໄອທີຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ
(ລວມທັງອຸປະກອນທີ່ມີລະຫັດ KSTGROUP.LOCAL). ພະນັກງານທຸກຄົນທີ່ໃດ້ນຳໃຊ້ອຸປະກອນໄອທີແມ່ນໃດ້ຮັບການຄາດຫວັງໃຫ້ປະຕິບັດຕາມນະໂຍ
ບາຍນີ້ເພື່ອປົກປ້ອງຊັບສິນຂໍ້ມູນຂອງບໍລິສັດ ແລະ ໂຄງສ້າງໄອທີ.
- ຂໍ້ຕົກລົງໃນການໃຊ້ງານອຸປະກອນ:
⮚ ພະນັກງານທີ່ນຳໃຊ້ອຸປະກອນແມ່ນໃດ້ຮັບການຄາດຫວັງໃຫ້ນຳໃຊ້ຊັບພະຍາກອນໄອທີທີ່ກ່ຽວຂ້ອງກັບໜ້າວຽກເທົ່ານັ້ນ, ການໃຊ້ງານສ່ວນຕົວຄວນຕ່ຳທີ່ສຸດ ແລະ ບໍ່ໃຫ້ມີຜົນກະທົບກັບການປະຕິບັດວຽກ.
- ລະຫັດຜ່ານ:
⮚ ຜູ້ໃຊ້ງານຈະຕ້ອງສ້າງລະຫັດຜ່ານທີ່ເເຂງເເຮງ ແລະ ເດົາໃດ້ຍາກ, ລະບົບຈະບໍ່ອະນຸຍາດໃຫ້ໃຊ້ລະຫັດຜ່ານທີ່ເດົາໃດ້ງ່າຍ ແລະ ບໍ່ແຂງແຮງ.
⮚ ບໍ່ໃຫ້ບອກລະຫັດຜ່ານກັບບຸກຄົນອື່ນ, ລວມເຖິງໄອທີເຊັ່ນກັນ.
⮚ ລະຫັດຜ່ານຈະບັງຄັບໃຫ້ປ່ຽນທຸກໆ 3 ເດືອນ.
- ການປົກປ້ອງຂໍ້ມູນຕ່າງໆ ແລະ ລະບົບແຊຂໍ້ມູນ:
⮚ ເຮັດຕາມມາດຕະການການຮັກສາຂໍ້ມູນທີ່ໄອທີວາງອອກ. ສະເພາະພະນັກງານທີ່ໃດ້ຮັບອະນຸຍາດເທົ່ານັ້ນທີ່ຈະມີສິດເຂົ້າເຖິງຂໍ້ມູນຕ່າງໆໃນບໍລິສັດ.
⮚ ພະນັກງານຈະມີສິດເຂົ້າເຖິງຂໍ້ມູນຕາມຂອບເຂດໜ້າວຽກເທົ່ານັ້ນ, ຖ້າພົບເຫັນບັນຫາເລື່ອງຂໍ້ມູນຕ່າງໆ, ຜູ້ໃຊ້ງານຈະຕ້ອງຮັບຜິດຊອບຕາມຊື່ຜູ້ໃຊ້ງານ.
- ການນຳໃຊ້ໂປຣແກຣມຕ່າງໆ:
⮚ ນຳໃຊ້ໂປຣແກຣມທີ່ໃດ້ຮັບອະນຸມັດໂດຍພະແນກໄອທີເທົ່ານັ້ນ. ຫ້າມຕິດຕັ້ງໂປຣແກຣມລົງອຸປະກອນໄອທີຂອງບໍລິສັດ.
⮚ ທຸກໆການຕິດຕັ້ງໂປຣແກຣມຈະຕ້ອງແຈ້ງຫາໄອທີຜ່ານລະບົບຮ້ອງຂໍຄວາມຊ່ວຍເຫຼືອຫາພະແນກໄອທີ.
- ການນຳໃຊ້ອິນເຕີເນັດ ແລະ ລະບົບອີເມລ:
⮚ ໃຫ້ນຳໃຊ້ອີເມລຂອງບໍລິສັດໃນການຕິດຕໍ່ພົວພັນວຽກຕ່າງໆ.
⮚ ຫຼີກລ່ຽງການນຳໃຊ້ອີເມລສ່ວນໂຕໃນການພົວພັນວຽກງານຕ່າງໆ.
⮚ ລະມັດລະວັງກັບອີເມລທີ່ບໍ່ຄຸ້ນເຄຍ ແລະ ຢ່າກົດ ຫຼື ໂຫຼດໄຟລທີ່ແນບມາ.
⮚ ແຈ້ງໃຫ້ໄອທີຮັບຊາບທັນທີຖ້າພົບເຫັນອີເມລທີ່ໜ້າສົງໃສ.
⮚ ນຳໃຊ້ອິນເຕີເນັດຢ່າງມີຄວາມຮັບຜິດຊອບສຳລັບການປະຕິບັດວຽກງານ.
⮚ ບໍ່ແນະນຳໃຫ້ເຂົ້າເວັບໄຊທີ່ບໍ່ກ່ຽວກັບໜ້າວຽກ.
⮚ ຫ້າມນຳໃຊ້ອີເມລບໍລິສັດສຳລັບການລົງທະບຽນບັນຊີສ່ວນໂຕ ຫຼື ສິ່ງທີ່ບໍ່ກ່ຽວກັບໜ້າວຽກ.
- ການນຳໃຊ້ອຸປະກອນສ່ວນຕົວ:
⮚ ພະແນກໄອທີບໍ່ອະນຸຍາດໃຫ້ນຳໃຊ້ອຸປະກອນສ່ວນຕົວໃນການປະຕິບັດວຽກ.
- ການນຳໃຊ້ຊ່ອງເຊື່ອມຕໍ່ USB:
⮚ ຊ່ອງ USB ຢູ່ໃນອຸປະກອນຂອງກຸ່ມບໍລິສັດເຄເອັສທີແມ່ນບໍ່ອະນຸຍາດໃຫ້ນຳໃຊ້ງານເພື່ອຈຸດປະສົງດ້ານຄວາມປອດໄພ ແລະ ການປົກປ້ອງຂໍ້ມູນ.
- ຄວາມຮັບຜິດຊອບຕໍ່ອຸປະກອນໄອທີ:
⮚ ຮັກສາອຸປະກອນໄອທີຂອງກຸ່ມບໍລິສັດຢ່າງຖືກຕ້ອງ ແລະ ຖືກຕາມນະໂຍບາຍການຮັກສາອຸປະກອນໄອທີTake care of company-issued equipment and report any loss,
theft, or damage immediately (ອ່ານລາຍລະອຽດເພີ່ມເຕີມກ່ຽວກັບນະໂຍບາຍນີ້)
- ການເຂົ້າເຖິງລະບົບຜ່ານລະບົບອິນເຕີເນັດ:
⮚ ການເຂົ້າເຖິງລະບົບພາຍໃນອົງກອນແມ່ນຈະເຂົ້ານຳໃຊ້ໃດ້ຕໍ່ເມື່ອນຳໃຊ້ອິນເຕີເນັດຂອງບໍລິສັດເທົ່ານັ້ນ, ສຳລັບການເຂົ້າເຖິງນອກອິນເຕີເນັດອົງກອນ.
- ຜົນຕາມມາຂອງການລະເມີດນະໂຍບາຍ:
⮚ ການລະເມີດນະໂຍບາຍໄອທີສະບັບນີ້ອາດໃດ້ມີການປະຕິບັດທາງວິໄນ, ລວມເຖິງການເຕືອນ, ລະງັບການໃຊ້ງານ ຫຼື ດຳເນີນການເດັດຂາດໂດຍອີງຕາມລະເັບຄວາມຮຸນແຮງ.
- ການກວດກາຄືນ ແລະ ເເກ້ໄຂ:
⮚ ນະໂຍບາຍສະບັບນີ້ຈະໃດ້ຮັບການກວດຄືນເປັນໄລຍະຕາມຄວາມເໝາະສົມເພື່ອໃຫ້ສອດຄ່ອງກັບການປ່ຽນແປງຂອງເຕັກໂນໂລຊີ ແລະ ຄວາມຕ້ອງການດ້ານຄວາມປອດໄພ.
- ການສອບຖາມ ແລະ ການຊ່ວຍເຫຼືອ:
⮚ ສຳລັບຂໍ້ສົງໃສ ຫຼື ຕ້ອງການຄວາມຊ່ວຍເຫຼືອເພີ່ມເຕິມກ່ຽວກັບນະໂຍບາຍສະບັບນີ້, ກະລຸນາຕິດຕໍ່ຫາພະແນກໄອທີ ຫຼື ອີເມລ: [email protected]
⮚ ກົດບ່ອນນີ້ ເພື່ອເເຈ້ງຄຳຮ້ອງຂໍການຊ່ວຍເຫຼືອດ້ານໄອທີ